parallax background

Check out
Incinerator products

parallax background

ການຈຳລອງເຕົາເຜົາຂອງ Aono’s

ໂຄງສ້າງພາຍນອກປະກອບມີ : 1.ສາຍພານລຳລຽງ 2.ສະຖານທີ່ 3.ບ່ອນຂີ້ເຖົ່າອອກ 4. ລົດແກ່ຂີ້ເຫຍື້ອ 5.ເຕົາ 6.ພັດລົມກະຈາຍອາຍແກ໊ສ 7.ຕົວຊັກລ້າງ 8.ຕົວກອງ 9.ຕູ້ຄວບຄຸມ 10.ພັດລົມດູດອາກາດ 11.ປ່ອງໄຟ

ພາຍໃນຂອງລະບົບເຕົາເຜົາຂີ້ເຫຍື້ອ

ພາຍໃນລະບົບເຕົາເຜົາຂີ້ເຫຍື້ອ, ດັ່ງຮູບທີ່ສະແດງໃນລະໄລ້ລຸ່ມນີ້, ສິ່ງເສດເຫຼືອທີ່ຖືກນຳອອກມາຈະເກີດເປັນອາຍແກ໊ສໃນຂະນະທີ່ຖືກເຜົາໄໝ້ໂດຍຫ້ອງເຜົາຫຼັກ. ແກ໊ສທີ່ສ້າງຂຶ້ນມາຈະຖືກເຜົາໂດຍຫ້ອງເຜົາໄໝ້ທີສອງ. ວິທີການເຜົາໄໝ້ນີ້ເອີ້ນວ່າ ວິທີເຜົາໄໝ້ເປັນແກ໊ສ. ລະບົບການເຜົາໄໝ້ນີ້ມີປະສິດທິພາບໃນການເຜົາໄໝ້ ແລະ ປອດໄພຄືກັບລະບົບການເຜົາໄໝ້ຂອງຫົວລົດຈັກອາຍນ້ຳ. ແກ໊ສໄອເສຍທີ່ສ້າງຂຶ້ນທີ່ອຸນຫະພູມ 800 ອົງສາເຊ ຫຼື ສູງກ່ວາຈະເຂົ້າສູ່ຕົວຊັກລ້າງ. ຫຼັງຈາກທຳຄວາມສະອາດ ແລະ ເຮັດຄວາມເຢັນໂດຍການປັບຄ່າ pH ຫຼື ສີດນ້ຳ, ແກ໊ສຈະຖືກລ້າງພິດດ້ວຍການກັ່ນຕອງແລ້ວປ່ອຍອອກສູ່ພາຍນອກ.

ນອກຈາກນີ້, ເຮົາຍັງສາມາດເກັບລວບລວມຄວາມຮ້ອນທີ່ສ້າງຂຶ້ນ ເຊິ່ງເອີ້ນວ່າຄວາມຮ້ອນເຫຼືອຖີ້ມ ແລະ ສະໜອງລະບົບການນຳພະລັງງານຄວາມຮ້ອນກັບມາໃຊ້ໃໝ່ເຊັ່ນ: ໝໍ້ຕົ້ມ ແລະ ລະບົບເຄື່ອງເປົ່າ, ລະບົບເຜົາໄໝ້ຂອງແຫຼວເສຍຈາກອຸດສາຫະກຳ ແລະ ລະບົບຜະລິດໄຟຟ້າ.

ເຕົາເຜົາຂີ້ເຫຍື້ອ AT-250

ນີ້ແມ່ນການເຮັດວຽກຂອງເຕົາເຜົາຂີ້ເຫຍື້ອ AT-250 ເຊິ່ງແທ້ໆແລ້ວສາມາດເຜົາຂີ້ເຫຍື້ອໄດ້ 10 ໂຕນຕໍ່ມື້. ຂີ້ເຫຍື້ອຖືກເຄື່ອນຍ້າຍໂດຍສາຍພານລຳລຽງແລ້ວສົ່ງໄປຍັງລົດຂົນຂີ້ເຫຍື້ອ. ເມື່ອຂີ້ເຫຍື້ອເຕັມແລ້ວ ໃຫ້ປິດຝາແລ້ວນຳໄປເຜົາໃນຫ້ອງເຜົາໄໝ້ຫຼັກ. ນີ້ຄືຫ້ອງເຜົາໄໝ້ທີສອງ. ຖັດມາແມ່ນຕົວຊັກລ້າງ ຖັດມາອີກເປັນເປັນຖົງກັ່ນຕອງ ແລະ ປ່ອງໄຟ ເປັນລະບົບນ້ຳເຢັນໄຫຼວຽນທີ່ບໍ່ລະບາຍນ້ຳຖີ້ມ. ລະບົບນີ້ໄດ້ຮັບການພັດທະນາໂດຍມີຈຸດປະສົງເພື່ອເປັນເຕົາເຜົາຂີ້ເຫຍື້ອທີ່ບໍ່ມີຄັວນ, ບໍ່ມີກິ່ນ ແລະ ປອດມົນລະພາວະໂດຍຄຳນຶງເຖິງສິ່ງແວດລ້ອມ.

ຄວາມສຳເລັດ

ປັດຈຸບັນເຮົາມີປະສົບການຫຼາຍກ່ວາ 50 ປີໃນການຜະລິດເຕົາເຜົາຂີ້ເຫຍື້ອ. ພວກເຮົາໄດ້ຮັບສິດທິບັດ 12 ສະບັບສຳລັບເຕົາຂີ້ເຫຍື້ອ ແລະ ເທັກໂນໂລຊີບຳບັດນ້ຳເສຍຈາກ ກະຊວງວິທະຍາສາດ ແລະ ເຕັກໂລຊີຂອງປະເທດຍີ່ປຸ່ນ. ເປັນໄປຕາມມາດຕະຖານສາກົນຂອງແກ໊ສອາຍເສຍ ແລະ ເອີ້ນໄດ້ວ່າ ບໍ່ມີມົນລະພິດ. ນັບຕັ້ງແຕ່ຕິດຕັ້ງເຕົາເຜົາຂີ້ເຫຍື້ອແຫ່ງທຳອິດໃນປີ 1964, ເຕົາເຜົາຂີ້ເຫຍື້ອ Aono ກໍໄດ້ຮັບການຢັ້ງຢືນມາດຕະຖານສາກົນແລ້ວ. ໃນປີ 1990, ພວກເຮົາໄດ້ຂະຫຍາຍທຸລະກິດໄປສູ່ເຕັກໂນໂລຊີ 3R ແລະ ພັດທະນາການແກ້ບັນຫາ “ຂີ້ເຫຍື້ອສູ່ພະລັງງານ” ແລະ ຈົນຮອດປັດຈຸບັນພວກເຮົາໄດ້ສົ່ງອອກ ແລະ ຕິດຕັ້ງໃນຫຼາຍປະເທດທົ່ວໂລກ.

ສິດທິບັດສຳລັບເຕົາເຜົາຂີ້ເຫຍື້ອ

ສິດທິບັດເຫຼົ່ານີ້ໄດ້ຮັບຈາກກະຊວງເຕັກໂນໂລຊີ ແລະ ວິທະຍາສາດຂອງປະເທດຍີ່ປຸ່ນ ເຊິ່ງກ່ຽວຂ້ອງກັບການປະດິດອຸປະກອນການເຜົາໄໝ້ ແລະ ວິທີການເຜົາໄໝ້.

ຜົນການທົດສອບແກ໊ສອາຍເສຍ

ຜົນການທົດສອບແກ໊ສອາຍເສຍຂອງເຕົາເຜົາຂີ້ເຫຍື້ອນີ້ ເຮັດໃຫ້ຮູ້ຄ່າມາດຕະຖານຂອງປະເທດຫວຽດນາມຊັດເຈນຂຶ້ນໃນດ້ານສິ່ງເສດເຫຼືອທົ່ວໄປ ຕະຫຼອດເຖິງລະບົບທາງການແພດ ແລະ ລະບົບອຸດສາຫະກຳ.

ປະສົບການການກໍ່ສ້າງໃນປະເທດຫວຽດນາມ ແລະ ປະເທດລາວ

ລູກຄ້າຈຳນວນຫຼາຍໄດ້ຊື້ເຕົາເຜົາຂີ້ເຫຍື້ອໃນຫວຽດນາມແລ້ວ. ໃນກຸ່ມບໍລິສັດຍີ່ປຸ່ນຈະມີ: Honda, Showa, Yamaha ແລະNitori. ປີກາຍນີ້ພວກເຮົາຍັງໄດ້ຊື້ຈາກບໍລິສັດ HOYA ໃນລາວ.

ໃນປີ 1996 ໄດ້ຕິດຕັ້ງເຕົາເຜົາອຸດສາຫະກຳແຫ່ງທຳອິດຢູ່ໂຮງງານ Honda  ປະເທດຫວຽດນາມ.

ໃນປີ 2003 ໄດ້ຕິດຕັ້ງເຕົາເຜົາຂີ້ເຫຍື້ອແຫ່ງທີ 2 ຢູ່ໂຮງງານ Honda  ປະເທດຫວຽດນາມ.

ໃນປີ 2006 ໄດ້ຕິດຕັ້ງເຕົາເຜົາຂີ້ເຫຍື້ອໃນໂຮງງານ Showa ປະເທດຫວຽດນາມ.

ໃນປີ 2008 ໄດ້ຕິດຕັ້ງເຕົາເຜົາຂີ້ເຫຍື້ອອຸດສາຫະກຳໃນໂຮງງານ Yamaha ປະເທດຫວຽດນາມ.

ໃນປີ 2010 ໄດ້ຕິດຕັ້ງເຕົາເຜົາຂີ້ເຫຍື້ອອຸດສາຫະກຳໃນໂຮງງານ Nitori ປະເທດຫວຽດນາມ.

ໃນປີ 2013 ໄດ້ຕິດຕັ້ງເຕົາເຜົານ້ຳໃນອຸດສາຫະກຳແຫ່ງທີ 3 ໃນໂຮງງານ Honda ປະເທດຫວຽດນາມ.

ໃນປີ 2019 ໄດ້ຕິດຕັ້ງເຕົາເຜົາຂີ້ເຫຍື້ອອຸດສາຫະກຳໃນໂຮງງານ HOYA ປະເທດລາວ.

ນອກຈາກນີ້ລະບົບຂອງພວກເຮົາຍັງໄດ້ຕິດຕັ້ງຢູ່ຫຼາຍໆແຂວງ ແລະ ຫຼາຍໆເມືອງໃນເຂດອິນດູຈີນ.

ເຕົາເຜົາຂີ້ເຫຍື້ອ Aono ທີ່ຕິດຕັ້ງໃນໂຮງງານຕ່າງໆ

ນີ້ແມ່ນເຕົາເຜົາຂີ້ເຫຍື້ອທີ່ຕິດຕັ້ງໃນປີ 2003 ທີ່ໂຮງງານ Honda ປະເທດຫວຽດນາມ

ນີ້ຄືເຕົາເຜົາຂີ້ເຫຍື້ອທີ່ຕິດຕັ້ງຢູ່ທີ່ໂຮງງານ HOYA ໃນນະຄອນຫຼວງວຽງຈັນ, ປະເທດລາວ ເມືອປີທີ່ຜ່ານມາ.

ຕົ້ນທຶນການດຳເນີນງານຕ່ຳ

ຂໍ້ດີອີກຢ່າງຂອງເຕົາເຜົາຂີ້ເຫຍື້ອ Aono ຄືປະຢັດນໍ້າມັນເຊື້ອໄຟ ເຊິ່ງນີ້ເປັນຜົນຈາກການຄິດໄລ່ທັງຄ່າໄຟຟ້າ, ຄ່ານໍ້າມັນເຊື້ອໄຟ ແລະ ຄ່າແຮງ. ຕົວຢ່າງ ຖ້າເຈົ້າເຜົາຂີ້ເຫຍື້ອ 5 ໂຕນຕໍ່ມື້, ຄ່າໃຊ້ຈ່າຍໃນການດຳເນີນການພຽງແຕ່ 25 ດອນລາ. ສາເຫດທີ່ເຮັດໃຫ້ສິ້ນເປືອງເຊື້ອໄຟໜ້ອຍກໍຄືວິທີການເຜົາໄໝ້ເປັນວິທີການເຜົາໄໝ້ດ້ວຍ ແກ໊ສ ຊີຟີເຄຊັນ (gasification). “ວິທີການເຜົາໄໝ້ດ້ວຍແກ໊ສຊີຟີເຄຊັນ(gasification)” ເປັນວິທີການເຜົາໄໝ້ທີ່ມີປະສິດທິພາບສູງໃນການເຜົາໄໝ້ເອງ ເມື່ອທຽບກັບເຕົາເຜົາຂີ້ເຫຍື້ອທົ່ວໄປທີ່ໃຊ້ກັນຫຼາຍ, ເຕົາປະເພດ Aono ຈະມີບົດບາດຊ່ວຍໃນການເຜົາໄໝ້ ແລະ ໃຊ້ເຊື້ອໄຟໜ້ອຍ. ເວົ້າອີກຢ່າງວ່າເກືອບບໍ່ໄດ້ໃຊ້ເຊື້ອໄຟໃນການເຜົາຂີ້ເຫຍື້ອເລີຍ.

ຂໍ້ດີຂອງເຕົາເຜົາຂີ້ເຫຍື້ອ Aono

ນີ້ແມ່ນບົດສະຫຼຸບຂໍ້ດີຂອງເຕົາເຜົາຂີ້ເຫຍື້ອ ຈາກມຸມມອງທາງເຕັກນິກຈະມີເຕັກໂນໂລຊີຊັ້ນສູງ ເຊັ່ນ: ເຕັກໂນໂລຊີຂອງຍີ່ປຸ່ນ ລະບົບເຕົາເຜົາ gasification, ການນໍາພະລັງງານຈາກການເຜົາໄໝ້ ແລະ ຈາກຖົງກັ່ນຕອງ ceramic ກັບມາໃຊ້ໃໝ່ . ຄຸນນະພາບຂອງມັນເປັນທີ່ຍອມຮັບໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືກອອກແບບມາໃຫ້ໃຊ້ງານງ່າຍ, ໃນດ້ານຂອງລາຄາແມ່ນມີຕົ້ນທຶນໃນການລົງທືນ ແລະ ຕົ້ນທຶນໃນການດຳເນີນງານຕ່ຳ. ການບຳລຸງຮັກສາງ່າຍ, ໃນດ້ານຂອງສິ່ງແວດລ້ອມເຕົາເຜົາຂີ້ເຫຍື້ອນີ້ໄດ້ຮັບການອອກແບບໂດຍຄຳນຶງເຖິງສີ່ງແວດລ້ອມ. ດັ່ງນັ້ນ, ຈຶ່ງເປັນໄປຕາມມາດຕະຖານດ້ານສິ່ງແວດລ້ອມທີ່ເຂັ້ມງວດ ໂດຍສະເພາະ, ບໍ່ມີການປ່ອຍໄດອ໋ອກຊິນ ຫຼື ນີໂຕແຊນ ອ໋ອກໄຊຣ ແລະ ບໍ່ມີມົນລະພິດທາງນ້ຳ.

ຂີ້ເຫຍື້ອອັນຕະລາຍ

ເຕົາເຜົາຂີ້ເຫຍື້ອນີ້ສາມາດເຜົາຂີ້ເຫຍື້ອອຸດສາຫະກຳຕ່າງໆໃນນັ້ນຈະມີຂີ້ເຫຍື້ອອັນຕະລາຍ ເຊັ່ນ: ແບດເຕີລີ, ເຄື່ອງວັດແທກອຸນຫະພູມ , ຫຼອດໄຟນີອອນ, ແກ໊ສໄຟແຊັກ ແລະ ກະປອງສະເປທີ່ມັນສາມາດລະເບີດໄດ້. ເຮົາຢາກໃຫ້ທ່ານຫຼີກລ້ຽງການໃສ່ຂີ້ເຫຍື້ອເຫຼົ່ານີ້ໃນເຕົາເຜົາ.

ທ່ານຕ້ອງການກວດເບິ່ງວິທີແກ້ໄຂຂອງພວກເຮົາເພີ່ມເຕີມບໍ?
Check our solutions


ບໍລິການດ້ານໄອທີລະດັບມືອາຊີບ


ກວດສອບເບິ່ງບໍລິການດ້ານໄອທີຂອງພວກເຮົາເພີ່ມເຕີມ.

ບໍລິການດ້ານເຕັກໂນໂລຊີເພື່ອສິ່ງແວດລ້ອມລະດັບມືອາຊີບ


ກວດສອບເບິ່ງບໍລິການດ້ານເຕັກໂນໂລຊີເພື່ອສິ່ງແວດລ້ອມຂອງພວກເຮົາເພີ່ມເຕີມ.

loLAO