parallax background

ກວດສອບເບິ່ງບໍລິການດ້ານເຕັກໂນໂລຊີເພື່ອສິ່ງແວດລ້ອມຂອງພວກເຮົາເພີ່ມເຕີມ.
our GreenTech services

parallax background

ຊິດສຕໍລີ ເຕັກໂນໂລຊີເພື່ອສິ່ງແວດລ້ອມ


ເຕັກໂນໂລຊີປະເທດຍີ່ປຸ່ນ


ໃນປະຈຸບັນທຸລະກິດສ່ວນໃຫຍ່ຂອງພວກເຮົາທີ່ເປັນເຕັກໂນໂລຊີເພື່ອສິ່ງແວດລ້ອມແມ່ນ ປະກອບດ້ວຍສາມທຸລະກິດຄື: ເຕົາເຜົາ, ການນຳໃຊ້ ແລະ ຟື້ນຟູຄວາມຮ້ອນຈາກສິ່ງເສດເຫຼືອ ແລະ ການບຳບັດນ້ຳເສຍ. ສຳຫຼັບເຕົາເຜົາແລ້ວນັ້ນພວກເຮົາໄດ້ມີການຈັດຈຳໜ່າຍ ແລະ ຕິດຕັ້ງອຸປະກອນ ສຳລັບເຕົາເຜົາທີ່ສາມາດຮັກສາສິ່ງເສດເຫຼືອໂດຍທົ່ວໄປເຊັ່ນ: ສິ່ງເສດເຫຼືອທາງການແພດ ແລະ ສິ່ງເສດເຫລືອຈາກອຸດສາຫະກຳ. ສຳຫຼັບການນຳໃຊ້ ແລະ ຟື້ນຟູຄວາມຮ້ອນຈາກສິ່ງເສດເຫຼືອ ພວກເຮົາແມ່ນມີການໃຫ້ຄຳປຶກສາ ແລະ ອຸປະກອນຕ່າງໆເຊັ່ນ: ລະບົບໝໍ້ຫຸ່ງຕົ້ມ ແລະ ອົບແຫ້ງ, ລະບົບການເຜົາໄໝ້ຂອງເຫຼວຈາກອຸດສາຫະກຳ, ລະບົບຜະລິດໄຟຟ້າ. ສຳຫຼັບການບຳບັດນ້ຳ ເສຍ, ພວກເຮົາສະໜອງອຸປະກອນໃນການບຳບັດນ້ຳ ແລະ ລະບົບທີ່ສາມາດບຳບັດນ້ຳເສຍທົ່ວໄປ ພ້ອມທັງນ້ຳເສຍທາງດ້ານການແພດ ແລະ ດ້ານອຸດສາຫະກຳ.

 

ຄູ່ຮ່ວມທຸລະກິດ


ທຸລະກິດເຕັກໂນໂລຊີເພື່ອສິ່ງແວດລ້ອມ ແມ່ນໄດ້ເລີ່ມດຳເນີນງານຂຶ້ນ ໂດຍການຮ່ວມມືກັບຄູ່ຮ່ວມຂອງເຮົາ ບໍລິສັດ Aono Shokai ຫວຽດນາມ. ບໍລິສັດ Aono Shokai ຫວຽດນາມ ແມ່ນບໍລິສັດຍີ່ປຸ່ນທີ່ຕັ້ງຢູ່ ປະເທດຫວຽດນາມເຊິ່ງມີປະສົບການມາຫຼາຍປີ ນັບຕັ້ງປີ 1965 ແລະ ມີເຕັກໂນໂລຊີທີ່ກ້າວໜ້າທີ່ເປັນຈຸດແຂງ. ໂດຍສະເພາະແມ່ນ ເຕົາເຜົາສິ່ງເສດເຫຼືອທີ່ນຳໃຊ້ເຕັກໂນໂລຊີການເຜົາໄໝ້ທີ່ເປັນເອກະລັກທີ່ເອີ້ນວ່າ ວິທີການເຜົາໄໝ້ອາຍແກັດສ.

ທ່ານຕ້ອງການກວດເບິ່ງວິທີແກ້ໄຂຂອງພວກເຮົາເພີ່ມເຕີມບໍ?
Check our solutions


Professional Incinerator services


Check the full range of our incinerator services.

Professional wastewater treatment services


Check the full range of our wastewater treatment services.

loLAO