ການພັດທະນາເວັບໄຊແລະລະບົບສຳລັບຄລີນິກແມ່ນຂະບວນການສຳຄັນສຳລັບການຄຸ້ມຄອງຂໍ້ມູນແລະການເພີ່ມປະສິດທິພາບການບໍລິການ ເຊິ່ງສາມາດແບ່ງອອກເປັນ 3 ສ່ວນຫຼັກໄດ້ແກ່
ການອອກແບບເວັບໄຊ, ລະບົບການຈັດການພາຍໃນ ແລະ ລະບົບການບໍລິຫານຄລີນິກ ໂດຍຈະອະທິບາຍແຕ່ລະສ່ວນດັ່ງຕໍ່ໄປນີ້:
01 ພັດທະນາລະບົບພາຍໃນ
ບໍລິການລະບົບເຄິ່ງສຳເລັດຮູບ ແລະ ພັດທະນາຕາມຄວາມຕ້ອງການຂອງລູກຄ້າ
02 ພັດທະນາເວັບໄຊ
ເວັບໄຊທົ່ວໄປ (static website) ແລະ ເວັບໄຊ ໄດນາມິກ (Dynamic website)
03 ພະລິດຕະພັນລະບົບບໍລິຫານ
ເປັນລະບົບອອນລາຍທີ່ຊ່ວຍຈັດການກິດຈະກໍາ ແລະ ຖານຂໍ້ມູນຂອງຜູ້ປ່ວຍຢ່າງຮອບດ້ານ
- ເພີ່ມປະສິດທິພາບການເຮັດວຽກ
- ການຈັກການຂໍ້ມູນມີປະສິດທິພາບຂື້ນ
- ລາຄາທີ່ເໝາະສົມກັບ SME
- ພ້ອມຢູ່ຄຽງຄູ່ໃຫ້ຄຳປຶກສາຕະຫຼອດການໃຊ້ງານ
- ຂໍ້ມູນຖືກເກັບເປັນຄວາມລັບສະເພາະ.
- ເຕັກໂນໂລຊີ້ ທັນສະໄໝ.
- ລະບົບມີຄວາມປອດໄພສູງ.
- ເພີ່ມປະສິດທິພາບການບໍລິການ.
- ການບໍລິການວ່ອງໄວທັນໃຈ.
- ມີຄວາມຢຶດຢຸ່ນສາມາດດັດປັບໄດ້.
- ລາຄາຈັບຈອງໄດ້ ເລີ່ມຕົ້ນ 1000$
- ໃຊ້ງ່າຍໃຜກໍໃຊ້ໄດ້
- ໃຊ້ເວລາໜ້ອຍໃນການພັດທະນາ
- ຢາກໃຫ້ວິສາຫະກິດລາວເຂົ້າເຖິງເທັກໂນໂລຊີ
ໃຫ້ບໍລິການທັງ ລະບົບ ສຳເລັດຮູບ ແລະ ພັດທະນາຕາມຄວາມຕ້ອງການຂອງລູກຄ້າ
01. ລະບົບບໍລິຫານຈັດການຄຣິນິກຂະໜາດນ້ອຍ ແລະ ກາງ.
ເປັນລະບົບໃນການບໍລິຫານຈັດການພາຍໃນ ເຊິ່ງຈະຊ່ວຍໃນການຈັດການ, ການຈອງຄົວ ເຂົ້າພົບໝໍ, ການເກັບບັນທຶກປະຫວັດຂໍ້ມູນຜູ້ປ່ວຍທີ່ປິ່ນປົວໃນແຕ່ລະຄັ້ງ ຊ່ວຍໃຫ້ງ່າຍໃນການ ວິນິໄສຈາກການນໍາເອົາຂໍ້ມູນຜົນວິນິໄສຂອງຜູ້ປ່ວຍຜ່ານມາ ແລະ ມີລະບົບຕິດຕາມຜູ້ປ່ວຍ ໂດຍການນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍ (ຮອງຮັບ Mobile, Computer ແລະ Tablet).
02. ລະບົບບໍລິຫານຈັດການພາຍໃນສາງເຄື່ອງສິນຄ້າ.
ພັດທະນາຂຶ້ນມາເພື່ອຮ້ານຄ້າ ຫຼື ສາງສິນຄ້າຕ່າງໆ ເພື່ອຊ່ວຍໃນການກວດເຊັກ ຈໍານວນສິນຄ້າໃນສາງ ບັນທຶກຈັດເກັບຂໍ້ມູນການນໍາເຂົ້າ ແລະ ການນໍາອອກຂອງສິນຄ້າ ສາມາດຜູກເຂົ້າກັບລະບົບ POS ໄດ້ (ຮອງຮັບ Moblie, Computer ແລະ Tablet).
03. ລະບົບຕິດຕາມການບໍລິການ ຫຼື ການຂາຍກັບລູກຄ້າ.
ເປັນລະບົບຕິດຕາມລູກຄ້າ ແຈ້ງເຕືອນກໍານົດການນໍາສົ່ງເອກະສານຕ່າງໆເຊັນ: Quotation, Invoice, ໜີ້ຕ້ອງທວງ ແລະ ອື່ນໆ. ໃນລະບົບຍັງສາມາດຄໍານວນ ແລະ ແຈ້ງເຕືອນຕາມໄລຍະເວລາມອນສົ່ງວຽກລູກຄ້າ ສາມາດນໍາໄປຜູກກັບລະບົບ Project Management ໄດ້ (ຮອງຮັບ Moblie, Computer ແລະ Tablet).
04. ລະບົບບໍລິຫານລາຍຮັບລາຍຈ່າຍຂອງບໍລິສັດ.
ພັດທະນາຂຶ້ນມາເພື່ອຮ້ານຄ້າຕ່າງໆ ເປັນລະບົບ POS ມີລະບົບຂາຍ, ເກັບຂໍ້ມູນລູກຄ້າ, ຂໍ້ມູນສິນຄ້າ, ກວດເຊັກສາງສິນຄ້າ, ຂໍ້ມູນຜູ້ສະໜອງ ສາມາດສະແກນ Barcode ສິນຄ້າເວລາຂາຍໄດ້ ສາມາດພັດທະນາຕື່ມໃຫ້ເຂົ້າກັນທຸລະກິດຂອງທ່ານໄດ້ (ຮອງຮັບMoblie, Computer ແລະ Tablet).
05. ລະບົບບໍລິຫານການຂາຍຫຼາຍແບບຄົບວົງຈອນ.
ພັດທະນາຂຶ້ນມາເພື່ອຮ້ານຂາຍສິ້ນໄໝໂດຍສະເພາະ ເປັນລະບົບ POS ມີລະບົບຂາຍ, ລະບົບກວດເຊັກສາງ, ສະແດງຈໍານວນສິນຄ້າຄົງເຫຼືອ ມີລະບົບບັນທຶກ ລາຍຮັບ – ລາຍຈ່າຍ, ສາມາດສະແດງຂໍ້ມູນ Graph ລາຍຮັບຕໍ່ວັນ, ລາຍອາທິດ, ລາຍເດືອນ ແລະ ຂໍ້ມູນອື່ນໆ ທີມີໃນລະບົບສາມາດນໍາຂຶ້ນມາສະແດງໄດ້ (ຮອງຮັບ Mobile ແລະ Tablet).
01. ເວັບໄຊທົ່ວໄປ (static website):
ເປັນເວັນໄຊ ທີ່ມີໄວ້ເພື່ອເພີ່ມຊ່ອງທາງການໂຄສະນາ ທຸລະກິດໃຫ້ລູກຄ້າເຂົ້າເບິ່ງຂໍ້ມູນໄດ້ພຽງຢ່າງດຽວ ແຕ່ບໍ່ ສາມາດໂຕ້ຕອນກັບລູກຄ້າໄດ້.
02. ເວັບໄຊ ໄດນາມິກ (Dynamic website):
ເປັນເວັບໄຊ ທີ່ສາມາດເພີ່ມຊ່ອງທາງການໂຄສະນາ ທຸລະກິດໃຫ້ລູກຄ້າເຂົ້າເບິ່ງຂໍ້ມູນ ແລະ ໂຕ້ຕອນກັບລູກຄ້າຜ່ານ Whatsapp ໄດ້. ນອກຈາກນີ້, ພວກເຮົາຍັງສາມາດພັດທະນາເວັບໄຊ E-Commerce, ການຮຽນ-ການສອນ Online.
ພະນັກງານຂອງພວກເຮົາມີຄວາມຊຳນານໃນການພັດທະນເວັບໄຊ ແລະ ລະບົບ ເຊິ່ງຊ່ວຍໃຫ້ເຮົາສາມາດສ້າງວິທີແກ້ໄຂທີ່ຕອບສະຫນອງຄວາມຕ້ອງການຂອງລູກຄ້າຂອງພວກເຮົາໄດ້ຢ່າງມີປະສິດທິພາບ.
ການອອກແບບເວັບໄຊທີ່ມີຄວາມທັນສະໃໝນັ້ນຕ້ອງອາໃສທີມງານທີ່ມີຄວາມຊຳນານ ແລະ ເຂົ້າໃຈ ເທນໃໝ່ໆ ເຊິ່ງພະນັກງານຂອງເຮົາມີຄວາມຮູ້ ແລະ ປະສົບການໃນການສ້າງເວັບໄຊທ໌ທີ່ຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ຢ່າງແທ້ຈິງ.
ພະນັກງານຂອງພວກເຮົາພ້ອມໃຫ້ຄວາມຊ່ວຍເຫຼືອຕະຫຼອດ 24 ຊົ່ວໂມງເພື່ອຕອບສະຫນອງການຊ່ວຍເຫຼືອທີ່ດີທີ່ສຸດທີ່ເປັນໄປໄດ້ທຸກຄັ້ງທີ່ທ່ານຕ້ອງການ (ຍົກເວັ້ນວັນພັກ).
ຊື່ລະຫັດອິນເຕີເນັດແມ່ນທີ່ຢູ່ຂອງເວັບໄຊທ໌ຂອງທ່ານທີ່ ບັນດາຜູ້ຄົນຈະພິມໃນແຖບ URL ຂອງ browser ເພື່ອເຂົ້າເບິ່ງເວັບໄຊທ໌ຂອງທ່ານ. ໃນຄໍາສັບທີ່ງ່າຍໆ, ຖ້າເວັບໄຊທ໌ຂອງທ່ານຢູ່ເຮືອນ, ຫຼັງຈາກນັ້ນຊື່ລະຫັດອິນເຕີເນັດຂອງທ່ານຈະເປັນທີ່ຢູ່ຂອງມັນ.
ການບໍລິການຝາກເວັບໄຊທ໌ແມ່ນ ປະເພດຂອງການໃຫ້ບໍລິການຝາກອິນເຕີເນັດຂອງບຸກຄົນ ແລະ ອົງການຈັດຕັ້ງທີ່ຈະຊ່ວຍໃຫ້ພວກເຂົາສາມາດເຂົ້າເຖິງເວັບໄຊທ໌ຂອງພວກເຂົາໄດ້ໂດຍຜ່ານ World Wide Web.
ໃບຢັ້ງຢືນ SSL ເປັນໃບຮັບປະກັນທີ່ຊ່ວຍອ້າງອີງ ໃນການໃຫ້ຄວາມເຊື່ອໝັ້ນໃຈ ແລະ ໄວ້ວາງໃຈໄດ້ໃນການໃຫ້ບໍລິການຂອງຜູ້ທີ່ໃຫ້ບໍລິການ ແລະ ຍັງເປັນໂຕຊີ້ບອກເຖິງການເຊື່ອມຕໍ່ທີ່ປອດໄພລະຫວ່າງອຸປະກອນສ່ວນຕົວ ແລະ ເວັບໄຊທ໌. ການທຳຄວາມເຂົ້າໃຈໃນໃບຢັ້ງຢືນ SSL ແມ່ນມີຄວາມສຳຄັນສຳລັບການໃຫ້ຄວາມເຊື່ຶ່ອໝັ້ນ ແລະ ໄວ້ວາງໃຈຂອງເວັບໄຊທ໌ ແລະ ຊ່ວຍປົກປ້ອງລູກຄ້າຈາກການຕົກເປັນເຫຍື່ອຂອງຜູ້ຫລອກລວງ.
ແພັກເກັດເວັບໄຊທ໌ຂອງພວກເຮົາປົກກະຕິແມ່ນລາຄາເລີ່ມຕົ້ນຕັ້ງແຕ່ 500 – 5000 ໂດລາ. ເຖິງຢ່າງໃດກໍ່ຕາມມັນຂື້ນກັບວ່າທ່ານຕ້ອງການເວັບໄຊທ໌ປະເພດໃດ. ເມື່ອບໍ່ດົນນານມານີ້ ພວກເຮົາຂຽນໃຫ້ຄຳແນະນຳກ່ຽວກັບຄ່າໃຊ້ຈ່າຍຂອງເວັບໄຊທ໌ເພື່ອເປັນແນວທາງ ແລະ ເປັນອີກຕົວເລືອກໃຫ້ທ່ານ
ຈະໃຊ້ເວລາປະມານ 6-8 ອາທິດເພື່ອສ້າງເວັບໄຊທ໌ຕັ້ງແຕ່ເລີ່ມຕົ້ນຈົນສຳເລັດການສ້າງ, ພວກເຮົາຈະສະໜອງຂໍ້ມູນທັງໝົດຈາກທ່ານ. ເວົ້າໂດຍລວມແລ້ວ, ໃນການສ້າງເວັບໄຊທ໌ຈະໃຊ້ເວລາດົນນານເທົ່ານັ້ນ ແມ່ນຂຶ້ນກັບການຕອບສະໜອງຂໍ້ມູນ ແລະ ຮູບພາບຈາກທ່ານ.
ຂຶ້ນຢູ່ທີ່ວ່າທ່ານຕ້ອງການເວັບໄຊທ໌ປະເພດໃດ ແລະ ອີງຕາມແພັກເກັດທີ່ທ່ານຕ້ອງການ ແລະ ພວກເຮົາຕົກລົງກັນ….ເຊິ່ງພວກເຮົາສາມາດຄົ້ນຄວ່້າ ແລະ ປຶກສາຫາລືກັນກ່ຽວກັບການສ້າງເວັບໄຊທ໌ນີ້ໄດ້ໂດຍຜ່ານທາງໂທລະສັບກ່ອນທີ່ພວກເຮົາຈະເລີ່ມຮ່ວມງານນຳກັນ.
1. ຮູບພາບ ແລະ ທີມງານຂອງທ່ານ
2. ຮູບພາບຂອງສະຖານທີ່ເຮັດວຽກຂອງທ່ານ
3. ເນື້ອຫາສຳຫຼັບເວັບໄຊທ໌ ເຊັ່ນ: ຂໍ້ຄວາມ, PDFs ໆລໆ.
4. ໂປຣຟາຍພະນັກງານ
5. ວິດີໂອຕ່າງໆທີ່ທ່ານຕ້ອງການເພີ່ມໃສ່ເວັບໄຊທ໌
6. ລາຍລະອຽດການສູ່ລະບົບເວັບໄຊທ໌ທີ່ທ່ານມີຢູ່
ບາງຂໍ້ມູນອາດຈະມີຢູ່ໃນເວັບໄຊທ໌ເກົ່າຢູ່ແລ້ວ ເຊິ່ງໃນກໍລະນີນີ້ມັນສາມາດໂອນເຂົ້າເວັບໄຊທ໌ໃໝ່ໄດ້ເລີຍ.
ທ່ານໂຊກດີ. ພວກເຮົາຂໍສະເໜີການຄ້ຳປະກັນທີ່ບໍ່ມີຄວາມສ່ຽງ. ກ່ອນທີ່ພວກເຮົາຈະສ້າງເວັບໄຊທ໌ໃໝ່ໃຫ້ທ່ານ ພວກເຮົາຈະໄດ້ມີການອອກແບບຕົວຢ່າງ ໜ້າຫຼັກຂອງເວັບໄຊທ໌ຂອງທ່ານ ໂດຍການສ້າງໂຄງຮ່າງພື້ນຖານໃນ Photoshop ແລະ ດ້ວຍວິທີນີ້ທ່ານຈະໄດ້ເຫັນການອອກແບບໃນເບື້ອງຕົ້ນຂອງພວກເຮົາພາຍໃນເວລາປະມານສິບມື້, ມັນເປັນໂອກາດຂອງທ່ານທີ່ທ່ານຈະໃຫ້ຄຳຕິຊົມພວກເຮົາ ແລະ ທ່ານບໍ່ຈຳເປັນຕ້ອງດຳເນີນງານຕໍ່ຖ້າຫາກທ່ານບໍ່ມັກໃນງານອອກແບບຂອງພວກເຮົາ. ມັນເປັນທາງເລືອກທີ່ດີທີ່ສຸດເພາະທ່ານຈະບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆເລີຍ.
ແມ່ນແລ້ວ. ເວັບໄຊທ໌ຂອງທ່ານຈະສາມາດຕອບສະໜອງ ໄດ້ຢ່າງເຕັມທີ່ ແລະ ຍັງຈະສາມາດເບິ່ງເຫັນໄດ້ຜ່ານທຸກໆອຸປະກອນ. ມັນເປັນມາຕາມມາດຕະຖານ ແລະ ພວກເຮົາຈະບໍ່ຄິດໄລ່ຄ່າທຳນຽມເພີ່ມເຕີມ ສຳລັບບໍລິການນີ້.
ຜົນງານທີ່ພວກເຮົາໄດ້ສ້າງ ແລະ ການໃຫ້ບໍລິການ
ຊ່ວຍໃຫ້ການເຮັດວຽກໃນຄລີນິກກສະດວກສະບາຍຍີ່ງຂື້ນ ປະຢັດເວລາໃນການຄົ້ນຫາຂໍ້ມູນລູກຄ້າ ປະຢັດພື້ນທີ່ເກັບຂໍ້ມູນຄົນເຈັບ ປະຢັດເຈ້ຍ ປະຢັດງົບປະມານ(ຄ່າເຈ້ຍ, ບິກ, ສໍ…)
ຊ່ວຍໃຫ້ການເຮັດວຽກໃນຄລີນິກກສະດວກສະບາຍຍີ່ງຂື້ນ ປະຢັດເວລາໃນການຄົ້ນຫາຂໍ້ມູນລູກຄ້າ ປະຢັດພື້ນທີ່ເກັບຂໍ້ມູນຄົນເຈັບ ປະຢັດເຈ້ຍ ປະຢັດງົບປະມານ(ຄ່າເຈ້ຍ, ບິກ, ສໍ…)

